ທ່ານປະທານາທິບໍດີ ລັດເຊຍ ຖະແຫຼງ ຢຸດຍິງເນື່ອງໃນໂອກາດງານບຸນ ອິດສະເຕີ
(VOVWORLD) - ເວລາຢຸດຍິງເລີ່ມແຕ່ 18 ໂມງ ວັນທີ 19 ເມສາ ຮອດ 0 ໂມງຂອງວັນທີ 21 ເມສາ (ຕາມເວລາທ້ອງຖິ່ນ).
ທ່ານປະທານາທິບໍດີ ລັດເຊຍ Vladimir Putin ແລະ ທ່ານປະທານາທິບໍດີ ຢູແກຼນ Volodymyr Zelensky
(ພາບ: AFP/TTXVN)
|
ວັນທີ 19 ເມສາ, ທ່ານປະທານາທິບໍດີ ລັດເຊຍ Vladimir Putin ໄດ້ຖະແຫຼງຢຸດຍິງເນື່ອງໃນໂອກາດງານບຸນອິດສະເຕີ. ເວລາຢຸດຍິງເລີ່ມແຕ່ 18 ໂມງ ວັນທີ 19 ເມສາ ຮອດ 0 ໂມງຂອງວັນທີ 21 ເມສາ (ຕາມເວລາທ້ອງຖິ່ນ). ການຢຸດຍິງໄດ້ປະຕິບັດຕາມຈຸດປະສົງມະນຸດສະທຳ. ທ່ານກໍ່ເນັ້ນໜັກວ່າ, ກອງທັບ ລັດເຊຍ ຕ້ອງກ່ຽມພ້ອມໃຫ້ແກ້ບັນດາການລະເມີດຢຸດຍິງທີ່ອາດຈະເກີດຂຶ້ນ ແລະ ພ້ອມແລ້ວຈະຍູ້ບັນດາການກະທຳເກາະຜີດໃຫ້ຖອຍຫຼັງ.
ແລະກໍ່ໃນວັນດຽວກັນ, ທ່ານປະທານາທິບໍດີ ຢູແກຼນ Volodymyr Zelensky ໃຫ້ຮູ້ວ່າ, ປະເທດນີ້ຈະປະຕິບັດຕາມຄຳສັ່ງຢຸດຍິງເນື່ອງໃນໂອກາດງານບຸນອິດສະເຕີເຊິ່ງຝ່າຍ ລັດເຊຍ ຍົກອອກມາ.
ໃນຂະນະນັ້ນ, ສະຫະພາບເອີລົບ ໄດ້ມີປະຕິກິລິຍາຢ່າງລະມັດລະວັງຕໍ່ຄຳຖະແຫຼງຂອງລັດເຊຍ, ພ້ອມກັນນັ້ນກໍ່ຖືວ່າ ມົດສະກູ ສາມາດຢຸດຍິງໃນທັນທີ ຖ້າຕັດສິນໃຈປະຕິບັດບາດກ້າວດັ່ງກ່າວ.