ທ່ານຮອງນາຍົກລັດຖະມົນຕີຜູ້ປະຈຳການລັດຖະບານ ຫວຽດນາມ ຫງວຽນຮວ່າບິ່ງ ໂຮມປະຊຸມກ່ຽວກັບຮ່າງມະຕິຂອງສະພາແຫ່ງຊາດ ກ່ຽວກັບການສ້າງຕັ້ງສູນການເງິນ
(VOVWORLD) - ຕອນບ່າຍວັນທີ 21 ກຸມພາ, ຢູ່ຮ່າໂນ້ຍ, ທ່ານຮອງນາຍົກລັດຖະມົນຕີ ຜູ້ປະຈຳການລັດຖະບານ ຫວຽດນາມ ຫງວຽນຮວ່າບິ່ງ ໄດ້ເປັນປະທານກອງປະຊຸມກັບການນຳບາງກະຊວງ, ຂະແໜງການມີໜ້າທີ່ຮັບຜິດຊອບກ່ຽວກັບຮ່າງມະຕິຂອງສະພາແຫ່ງຊາດວ່າດ້ວຍການສ້າງຕັ້ງ ແລະ ການເຄື່ອນໄຫວຂອງສູນການເງິນຢູ່ ຫວຽດນາມ.
ທ່ານຮອງນາຍົກລັດຖະມົນຕີຜູ້ປະຈຳການລັດຖະບານ ຫວຽດນາມ ຫງວຽນຮວ່າບິ່ງ ເປັນປະທານກອງປະຊຸມ (ພາບ: VOV) |
ກ່າວຄຳເຫັນນະທີ່ນີ້, ທ່ານຮອງນາຍົກລັດຖະມົນຕີຜູ້ປະຈຳການລັດຖະບານ ຫວຽດນາມ ຫງວຽນຮວ່າບິ່ງ ຖືວ່າ ມະຕິດັ່ງກ່າວຕ້ອງສຸມໃສ່ກຳນົດບັນດາເນື້ອໃນທີ່ມີລັກສະນະຫຼັກການ, ນະໂຍບາຍລວມ; ສືບຕໍ່ແລກປ່ຽນບົດຮຽນປະສົບການສາກົນ ເພື່ອເປັນເສນາທິການໃຫ້ແກ່ລັດຖະບານ ປະກາດໃຊ້ດຳລັດສະເພາະ ແລະ ເອກະສານຕ່າງໆເພື່ອກຳນົດລະອຽດ, ຮັບປະກັນໃຫ້ມີຄວາມສອດຄ່ອງກັບທຳນຽມສາກົນ ແລະ ຄຳຮຽກຮ້ອງຕ້ອງການກ່ຽວກັບການພັດທະນາຂອງສູນການເງິນ. ສ້າງຮ່າງມະຕິ ແນໃສ່ສ້າງບັນດາກົນໄກ, ນະໂຍບາຍທີ່ພົ້ນເດັ່ນ ແຕ່ກໍ່ຕ້ອງມີການຄວບຄຸມ ແລະ ມີການຕີລາຄາຜົນກະທົບຂອງນະໂຍບາຍສຳລັບພື້ນຖານເສດຖະກິດ.
ກ່ຽວກັບເວລາຍື່ນສະເໜີຕໍ່ສະພາແຫ່ງຊາດ, ການສ້າງ ແລະ ຍື່ນສະເໜີຮ່າງມະຕິຈະໄດ້ປະຕິບັດຕາມຂັ້ນຕອນໃນ 01 ກອງປະຊຸມ, ຄາດວ່າ ລັດຖະບານຍື່ນສະເໜີສະພາແຫ່ງຊາດພິຈາລະນາ ແລະ ຮັບຮອງເອົາມະຕິດັ່ງກ່າວໃນກອງປະຊຸມສະໄໝສາມັນຄັ້ງທີ 9, ສະພາແຫ່ງຊາດ ຊຸດທີ XV ໃນເດືອນ ພຶດສະພາຈະມາເຖິງ.