ສ້າງ ແລະ ປົກປ້ອງເຄື່ອງໝາຍການຄ້າ

(vovworld) -  ວັນ​ທີ 26/5, ຢູ່​ແຂ​ວງ Binh Duong, ສະມາຄົມ​ຊັບ​ສິນ​ທາງ​ປັນຍາ ຫວຽ​ດນາມ ​ໄດ້​ຈັດ​ຕັ້ງ​ກອງ​ປະຊຸມ​ສຳ​ມະ​ນາ​ຫົວ​ເລື່ອງ​ສະ​ເພາະ​ກ່ຽວ​ກັບ​ການ​ສ້າງ ​ແລະ ປົກ​ປ້ອງ​ເຄື່ອງໝາຍ​ການ​ຄ້າ​ໃນ​ພື້ນຖານ​ເສດຖະກິດ​ພູມ​ປັນຍາ ​ເພື່ອ​ຫນູນ​ຊ່ວຍ​ບັນດາ​ວິ​ສາ​ຫະກິດ​ຫວຽດນາມ ​ໃນ​ການ​ສ້າງ​ເຄື່ອງໝາຍ​ການ​ຄ້າຢ່າງ​ແຮງ ​ແລະ ປົກ​ປ້ອງ​ເຄື່ອງໝາຍ​ການ​ຄ້າ​ໃນ​ພື້ນຖານ​ເສດຖະກິດ​ພູມ​ປັນຍາ, ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ເສດຖະກິດ​ໂລກ​ເທື່ອ​ລະ​ກ້າວ. ບັນດາ​ບົດ​ປະກອບ​ຄຳ​ເຫັນ​ທີ່​ກອງ​ປະຊຸມ​ສຳ​ມະ​ນາ​ໄດ້​ເນັ້ນ​ຫນັກ​ເຖິງ​ຄວາມ​ໝາຍ​ຂອງ​ສິດ​ເຕັກ​ໂນ​ໂລ​ຊີ, ຊັບ​ສິນ​ທາງ​ປັນຍາ, ​ເຄື່ອງໝາຍ​ການ​ຄ້າ​ຜະລິດ​ຕະພັນ ຕ້ອງ​ໄດ້​ຮັບ​ການ​ສ້າງ, ຄຸ້ມ​ຄອງ ​ແລະ ປົກ​ປ້ອງ​ຢ່າງ​ແຫນ້ນ​ແຟ້ນ, ປະຕິບັດ​ຖືກຕ້ອງ​ກັບ​ກົດ​ເກນ​ຄຸນ​ຄ່າ, ຄຸ້ມ​ຄອງ​ຕາມ​ກົນ​ໄກ​ຕະຫລາດ, ປະຕິ​ດບັດ​ຄວາມ​ຍຸຕິ​ທຳ​ສັງຄົມ./.

ຂ່າວ/ບົດ​ອື່ນ