ການເຈລະຈານິວເຄຼຍ ອາເມລິກ - ອີຣານ ມີບາດກ້າວຄືບໜ້າ
(VOVWORLD) - ທັງ ອາເມລິກາ ແລະ ອີຣານ ລ້ວນແຕ່ຍົກອອກການຕີລາຄາຢ່າງຕັ້ງໜ້າກ່ຽວກັບໝາກຜົນການເຈລະຈາ.
ທ່ານລັດຖະມົນຕີການຕ່າງປະເທດ ອີຣານ Abbas Araghchi ແລະ ທູດພິເສດ ອາເມລິກາ Steve Witkoff
(ພາບ: SABA)
|
ສິ້ນສຸດຮອບເຈລະຈາທີ 2 ຢູ່ ໂຣມ, ປະເທດ ອີຕາລີ ໃນຕອນບ່າຍວັນທີ 19 ເມສາ, ທັງ ອາເມລິກາ ແລະ ອີຣານ ລ້ວນແຕ່ຍົກອອກການຕີລາຄາຢ່າງຕັ້ງໜ້າກ່ຽວກັບໝາກຜົນການເຈລະຈາ. ຕາມສື່ມວນຊົນ ອິດສະຣາແອັນ ແລ້ວ, ເຈົ້າໜ້າທີ່ອຳນາດການປົກຄອງ ອາເມລິກາ ທ່ານໜຶ່ງຢືນຢັນວ່າ, ການປຶກສາຫາລືລະຫວ່າງ 2 ຝ່າຍທີ່ແກ່ຍາວເປັນເວລາປະມານ 4 ຊົ່ວໂມງ ແລະ ບາດກ້າວຄືບໜ້າທີ່ບັນລຸໄດ້ທີ່ການເຈລະຈາແມ່ນດີທີ່ສຸດ. ໃນຂະນະນັ້ນ, ສື່ມວນຊົນແຫ່ງລັດ ອີຣານ ກໍໃຫ້ຂໍ້ສັງເກດວ່າ ການປຶກສາຫາລືລະຫວ່າງທ່ານລັດຖະມົນຕີການຕ່າງປະເທດ ອີຣານ Abbas Araghchi ແລະ ທູດພິເສດ ອາເມລິກາ Steve Witkoff ຢູ່ ໂຣມ ດຳເນີນໄປໃນບັນຍາກາດສ້າງສັນ ແລະ ເປີດອົກເປີດໃຈ. ສິ້ນສຸດການປຶກສາຫລື, 2 ຝ່າຍໄດ້ເຫັນດີຈັດຮອບປຶກສາຫາລືຕໍ່ໄປຢູ່ Oman ໃນທ້າຍອາທິດຈະມາເຖິງ.