ອາເມລິກາ ສືບຕໍ່ບຸກໂຈມຕີທາງອາກາດໃສ່ ເຢແມັນ
(VOVWORLD) - ຕາມອົງການສື່ມວນຊົນຂອງ ເຮົາທີ, ກອງທັບ ອາເມລິກາ ໄດ້ດຳເນີນການບຸກໂຈມຕີທາງອາກາດຢ່າງໜ້ອຍສຸດ 13 ຄັ້ງແນນໃສ່ເຂດສະໜາມບິນ ແລະ ທ່າກຳປັ່ນຢູ່ນະຄອນ Al Hudaydah
ກຸ່ມປະກອບອາວຸດ ເຢແມັນ ຢືນຢັນວ່າ, ໃນຈຳນວນການບຸກໂຈມຕີຂອງ ອາເມລິກາ ໃສ່ປະເທດນີ້ໃນກວ່າ 1 ເດືອນຜ່ານມາໄດ້ຂຶ້ນເຖິງ 900 ຄັ້ງ
(ພາບປະກອບ: CENTCOM)
|
ຕອນຄ່ຳວັນທີ 19 ເມສາ (ຕາມເວລາທ້ອງຖິ່ນ), ກຳລັງ ອາເມລິກາ ຢູ່ເຂດນີ້ສືບຕໍ່ເປີດບັນດາການບຸກໂຈມຕີທາງອາກາດເລັ່ງໃສ່ ເຢແມັນ, ສຸມໃສ່ມ້າງທຳລາຍບັນດາຮາກຖານຂອງຂະບວນການ ເຮົາທີ, ຢູ່ເຂດນະຄອນຫຼວງ ຊານາ ແລະ ນະຄອນທ່າກຳປັ່ນ Hodeidah. ຕາມອົງການສື່ມວນຊົນຂອງ ເຮົາທີ, ກອງທັບ ອາເມລິກາ ໄດ້ດຳເນີນການບຸກໂຈມຕີທາງອາກາດຢ່າງໜ້ອຍສຸດ 13 ຄັ້ງແນນໃສ່ເຂດສະໜາມບິນ ແລະ ທ່າກຳປັ່ນຢູ່ນະຄອນ Al Hudaydah (ຂຶ້ນກັບແຂວງ Al Hudaydah) ຢູ່ຝລັ່ງທະເລ ແດງ ໃນຕອນກາງຄືນວັນທີ 19 ເມສາ. ເຂດນະຄອນຫຼວງ ຊາກາ ກໍ່ຖືກບຸກໂຈມຕີຢ່າງຮ້າຍແຮງຫຼາຍຄັ້ງ, ແຕ່ຍັງບໍ່ທັນຮູ້ລາຍລະອຽດລະດັບຄວາມເສຍຫາຍຍ້ອນບັນດາການບຸກໂຈມຕີກໍ່ຂຶ້ນ.
ໄລ່ຮອດຕອນເຊົ້າວັນທີ 20 ເມສາ, ກອງບັນຊາສູນ ອາເມລິກາ ປະຈຳ ຕາເວັນອອກກາງ ຍັງບໍ່ທັນຍົກອອກແຈ້ງການ ຫຼື ວິຈານກ່ຽວກັບບັນດາການບຸກໂຈມຕີຄັ້ງຫຼ້າສຸດໃສ່ ເຢແມັນ.
ໃນຂະນະນັ້ນ, ກຸ່ມປະກອບອາວຸດ ເຢແມັນ ຢືນຢັນວ່າ, ໃນຈຳນວນການບຸກໂຈມຕີຂອງ ອາເມລິກາ ໃສ່ປະເທດນີ້ໃນກວ່າ 1 ເດືອນຜ່ານມາໄດ້ຂຶ້ນເຖິງ 900 ຄັ້ງ.