ເສີມຂະຫຍາຍມູນເຊື້ອວິລະຊົນ, ພັດທະນານະຄອນຫຼວງໃຫ້ສົມກັບຄວາມໄວ້ເນື້ອເຊື່ອໃຈຂອງທົ່ວປະເທດ

(VOVWORLD) -ວັນທີ 10 ຕຸລາ, ຊຶ່ງແມ່ນເຫດການສະເຫຼີມສະຫຼອງ 63 ປີ ແຫ່ງວັນ ປົດປ່ອຍນະຄອນຫຼວງຮ່າໂນ້ຍ (10/10/1954 – 10/10/2017).
ເສີມຂະຫຍາຍມູນເຊື້ອວິລະຊົນ, ພັດທະນານະຄອນຫຼວງໃຫ້ສົມກັບຄວາມໄວ້ເນື້ອເຊື່ອໃຈຂອງທົ່ວປະເທດ - ảnh 1(ພາບປະກອບ)

ວັນທີ 10-10-1954 ໄດ້ເຂົ້າສູ່ປະຫວັດສາດຄືດັ່ງໜຶ່ງຫຼັກໝາຍແຫ່ງໄຊຊະນະຂອງຊາດຫວຽດນາມ, ເປັນຂີດໝາຍແຫ່ງຍຸກສະໄໝ ໂຮ່ຈີມິນ ໃນວິວັດທະນາການພັດທະນາຂອງ ທັງລອງ - ຮ່າໂນ້ຍ. ເນື່ອງໃນໂອກາດນີ້, ໜັງສືພີມຮ່າໂນ້ຍ, ໄດ້ລົງພີມບົດຂຽນ “ເສີມຂະຫຍາຍມູນເຊື້ອວິລະຊົນ, ພັດທະນານະຄອນຫຼວງໃຫ້ສົມກັບຄວາມໄວ້ເນື້ອເຊື່ອໃຈຂອງທົ່ວປະເທດ” ຂອງ ທ່ານເລຂາຄະນະພັກນະຄອນຫຼວງຮ່າໂນ້ຍ ຮວ່າງຈຸງຫາຍ. ບົດຂຽນເນັ້ນໜັກວ່າ: ຮ່າໂນ້ຍ ໃນມື້ນີ້ບໍພຽງແຕ່ມີບົດບາດເປັນນະຄອນຫຼວງຂອງປະເທດ ຫວຽດນາມ ເທົ່ານັ້ນ ແຕ່ຍັງເປັນຂົວຕໍ່ສຳຄັນເພື່ອໃຫ້ປະເທດຊາດເຊື່ອມໂຍງເຂົ້າກັບປະຊາຄົມສາກົນອີກດ້ວຍ. ຮ່າໂນ້ຍບໍ່ພຽງແຕ່ກາຍເປັນສູນກາງເສດຖະກິດຈຸດສຸມເທົ່ານັ້ນ, ແຕ່ຍັງເປັນບ່ອນເຕົ້າໂຮມບັນດາຄຸນຄ່າທີ່ຍອດຍິ່ງທັງພາຍໃນປະເທດ ແລະ ຕ່າງປະເທດ, ດຶງດູດຫຼາຍກຸ່ມບໍລິສັດ, ນັກລົງທຶນທີ່ມີຊື່ສຽງແຖວໜ້າຂອງໂລກ ແລະ ເປັນກຳລັງໜູນແກ່ການເຕີບໂຕສຳຄັນໃນວິວັດທະນາການເຊື່ອມໂຍງ ແລະ ຫັນເປັນໂລກາວິວັດຂອງທົ່ວປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ