ທ່ານຮອງນາຍົກລັດຖະມົນຕີ ຫວ່າງຈູງຮາຍ ຕ້ອນຮັບຜູ້ອຳນວຍການ ບໍລິຫານຂອງ UNIDO
( ພາບ: vietnamplus.vn )
|
( vovworld ) - ວັນທີ 8/3, ຢູ່ສຳນັກງານລັດຖະບານ, ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຫວ່າງຈູງຮາຍ ໄດ້ໃຫ້ການຕ້ອນຮັບທ່ານ Wilifried Luetkenhost ຜູ້ອຳນວຍການບໍລິຫານຂອງອົງການພັດທະນາອຸດສາຫະກຳສະຫະປະຊາຊາດ ( UNIDO ) ທີ່ພວມຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ. ທ່ານຮອງນາຍົກລັດຖະມົນຕີ ຫວ່າງຈູງຮາຍ ໃຫ້ຂໍ້ສັງເກດວ່າ ບົດລາຍງານພັດທະນາອຸດສາຫະກຳທົ່ວໂລກເຊິ່ງ UNIDO ໄດ້ປະກາດຢູ່ຫວຽດນາມ ແມ່ນເອກະສານທີ່ມີຄຸນຄ່າ. ຫວຽດນາມ ພວມປະຕິບັດວຽກງານສ້າງໂຄງປະກອບພື້ນຖານເສດຖະກິດຄືນໃໝ່ ແລະ ປາດຖະໜາວ່າ UNIDO ຈະພ້ອມກັບກະຊວງອຸດສາຫະກຳການຄ້າຫວຽດນາມ ຮ່ວມມືຢ່າງແໜ້ນແຟ້ນໃນບັນຫາສ້າງນະໂຍບາຍພັດທະນາຂະແໜງອຸດສາຫະກຳໃນບັນດາຂົງເຂດຄື; ມາດຕະຖານ, ມາດຖານກຳນົດປົກປັກຮັກສາສິ່ງແວດລ້ອມ, ຄຸ້ມຄອງຂະແໜງທາດເຄມີ, ບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດໃນຂົງເຂດອຸດສາຫະກຳ…
ທ່ານ Wilifried Luetkenhost ຜູ້ອຳນວຍການບໍລິຫານ UNIDO ໄດ້ເນັ້ນໜັກວ່າ ຫວຽດນາມ ແມ່ນໜື່ງໃນບັນດາຄູ່ຮ່ວມມືສຳຄັນຂອງ UNIDO ແລະ ຄວາມຄຶບໜ້າຫຼາຍຢ່າງໃນການພັດທະນາຂົງເຂດອຸດສາຫະກຳ.