(vovworld) – ສານສູງສຸດ ລີບີ ປະຕິເສດລັກສະນະຖືກຕ້ອງຕາມກົດໝາຍຂອງສະພາໂດຍປະຊາຊົນເລືອກຕັ້ງ - ນີ້ແມ່ນການກະທຳຂອງສານສູງສຸດ ລີບີ ໃນວັນທີ 6/11, ພາຍຫຼັງສະມາຊິກສະພາແຫ່ງຊາດ ອິດສະລາມ Abderrauf al – Manai ພ້ອມກັບບັນດາ ສສຊ ອິດສະລາມ ອື່ນ ໄດ້ປະຕິເສດກອງປະຊຸມຂອງສະພາແຫ່ງຊາດ ຢູ່ນະຄອນ Tobruk ຢູ່ພາກຕາເວັນອອກ ລີບີ, ດ້ວຍເຫດຜົນອົງການນິຕິບັນຍັດນີ້ລະເມີດລັດຖະທຳມະນູນຍ້ອນບໍ່ຕັ້ງສຳນັກງານຢູ່ນະຄອນຫຼວງ Tripoli ຫຼືຢູ່ Benghazi, ນະຄອນໃຫຍ່ອັນດັບ 2 ຂອງ ລີບີ ແລະ ໄດ້ສວຍໃຊ້ສິດອຳນາດເກີນກຳນົດ ເມື່ອຮຽກຮ້ອງຕ່າງປະເທດແຊກແຊງດ້ານການທະຫານເຂົ້າ ລີບີ ພາຍຫລັງກຳລັງກະບົດ “ອະລຸນ ລີບີ” ຢືດຄອງນະຄອນຫຼວງ Tripoli.
ກ່ອນໜ້ານັ້ນ, ສານສູງສຸດ ລີບີ ໄດ້ຮັບຮອງເອົາເລື່ອງສ້າງຕັ້ງລັດຖະບານຂອງນາຍົກລັດຖະມົນຕີ Abdullah al – Thani, ເຊິ່ງແມ່ນໜຶ່ງໃນ 2 ລັດຖະບານເປັນປຸລະປັກກັນຢູ່ປະເທດນີ້.